| |||||||||||||||||||||||||||||||||||||||||||||||||
ຄະນະວິສະວະກໍາສາດ
ນັກສຶກສາລາວ ໄດ້ຮັບລາງວັນ HONDA YES Award ປະຈຳປີ 2011*ພິທີມອບລາງວັນ HONDA YES Award ປະຈຳປີ 2011 ໄດ້ມີຂຶ້ນໃນວັນທີ 7 ທັນວາ 2011 ຢູ່ຄະນະວິສະວະກຳສາດມະຫາວິທະຍາໄລແຫ່ງຊາດ ໂດຍມີທ່ານ ຮສ ດຣ.ສາຍຂອງ ສາຍນະສິນ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ທ່ານ ໂຢອິຊິ ຮາຣາດະ ຫົວໜ້າຫ້ອງການບໍລິຫານມູນນິທິຮອນດາ ຕາງໜ້າສະຖານທູດຍີ່ປຸ່ນ ແລະ ແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ແກ້ໄຂລ່າສຸດ (ວັນພຸດທີ 14 ທັນວາ 2011 ເວລາ 22: 03) ພິທີເປີດບັ້ນແຂ່ງຂັນ 3 ດີ ໄລຍະທີ IV(2011-2015) ຂອງ 3 ອົງການຈັດຕັ້ງມະຫາຊົນ ຄ.ວ.ສ* ເພື່ອເປັນການສືບຕໍ່ປັບປຸງ 3 ອົງການຈັດຕັ້ງຂອງຕົນເວົ້າລວມ ເວົ້າສະເພາະ ກໍ່ຄືຄະນະວິສະວະກໍາສາດໃຫ້ນັບມື້ ນັບດີຂື້ນເທື່ອລະກ້າວ. ສະນັ້ນ ຄະນະວິສະວະກໍາສາດ ຈຶ່ງໄດ້ຈັດໃຫ້ມີບັນແຂ່ງຂັນ 3 ດີ ໃນໄລຍະທີ IV ຂອງ 3 ອົງການຈັດຕັ້ງຂອງຕົນຂຶ້ນ. * ພິທີດັ່ງກ່າວໄດ້ຈັດຂຶ້ນ ໃນຕອນບ່າຍຂອງວັນທີ 30 ພະຈິກ 2011 ທີ່ຜ່ານມາ. ທີ່ ສະໂມສອນ ຂອງພາກວິຊາ ວິສະວະກໍາ ເອເລັກໂຕຣນິກແລະໂທລະຄົມມະນາຄົມ, ຄະນະວິສະວະກໍາສາດ, ໂດຍການເປັນກຽດເຂົ້າຮວ່ມໃນພິທີ ຂອງ ທ່ານ ຮສ ແກ້ວອຸດົມ ແສນສະຫວັດ ຄະນະພັກມະຫາວິທະຍາໄລແຫ່ງຊາດ, ເລຂາຄະນະພັກ ຄະນະວິສະ ວະກໍາສາດ. ທ່ານ ສີແສນສຸກ ອິນສະຫວັນນຸວົງ ເລຂາຄະນະພັກມະຫາວິທະຍາໄລແຫ່ງຂາດ. ທ່ານ ນາງ ສີອໍາພອນ ອຸໄທ ເລຂາສະຫະພັນແມ່ຍິງຄະນະວິສະ ວະກໍາສາດ. ບັນດາຄະນະພັກຮາກຖານ, ຫົວຫນ້າພາກວິຊາ, ອາຈານ ແລະ ນັກສຶກສາທີ່ນອນຢູ່ໃນ 3 ອົງການຈັດຕັ້ງມະຫາຊົນ ພາຍໃນຄະນະວິສະວະກໍາສາດ ເຂົ້າຮ່ວມຢ່າງພ້ອມພຽງ. * ໂດຍການໃຫ້ກຽດປາຖະກະຖາຂອງ ທ່ານ ສີແສນສຸກ ອິນສະຫວັນນຸວົງ ເລຂາຄະນະພັກ ມະຫາວິທະຍາໄລ ແຫ່ງຊາດ ເຊິ່ງໄດ້ມີການສະຫລຸບກ່ຽບກັບແຜນງານຂອງ 3 ອົງການຈັດຕັ້ງມະຫາຊົນ ໃນໄລຍະທີ່ຜ່ານມາ ກໍ່ຄືໄລຍະທີ III ແລະ ໄດ້ມີການວາງແຜນງານໃນໄລຍະຕໍ່ຫນ້າຂອງຕົນໃຫ້ແກ່ສະມາຊິກຂອງຕົນໄດ້ຮັບຮູ້ ແລະ ພ້ອນກັນປະຕິບັດໃຫ້ປະກົດຜົນເປັນຈິງ. ແກ້ໄຂລ່າສຸດ (ວັນພະຫັດທີ 01 ທັນວາ 2011 ເວລາ 22: 31) ງານສໍາມະນາກ່ຽວກັບທຶນການສຶກສາຂອງ AUN/SEED-Net* ເພື່ອເປັນການເຜີຍແຜ່ທຶນການສຶກສາຂອງ AUN/SEED-Net ໃຫ້ແກ່ບັນດາອາຈານ ແລະ ນັກສຶກສາ ພາຍໃນຄະນະວິສະວະກໍາສາດ ໄດ້ຮັບຮູ້ແລະເຂົ້າໃຈກ່ຽວກັບການໃຫ້ທຶນຂອງ AUN/SEED-Net. * ສະນັ້ນ ຄະນະວິສະວະກໍາສາດ ແລະ AUN/SEED-Net ຈຶ່ງໄດ້ຈັດພິທີດັ່ງກ່າວຂຶ້ນ ໃນຕອນບ່າຍ ຂອງວັນທີ 09 ພະຈິກ 2011 ທີ່ຜ່ານມາ, ຢູ່ທີ່ ສະໂມສອນໃຫ່ຍ ຂອງພາກວິຊາ ວິສະວະກໍາເອເລັກໂຕຣນິກແລະໂທລະຄົມມະນາຄົມ, ໂດຍການໃຫ້ກຽດເຂົ້າຮ່ວມໃນພິທີ ຕາງຫນ້າຈາກ AUN/SEED-Net, ທ່ານ ຮສ.ດຣ ຄຳຜຸຍ ສຸດທິສົມບັດ ຮອງຄະ ນະບໍດີ ຄະນະວິສະວະກໍາສາດ, ທ່ານ ສົມພອນ ກັນທະວົງ ຫົວຫນ້າພາກວິຊາ ວິສະວະກໍາຄອມພິວເຕີ ແລະ ເທັກໂນໂລຢີ ຂໍ້ມູນຂ່າວສານ ພ້ອມດ້ວຍບັນດາອາຈານ ແລະ ນັກສຶກສາພາຍໃນຄະນະເຂົ້າຮ່ວມຢ່າງພ້ອມພຽງ.
ແກ້ໄຂລ່າສຸດ (ວັນອັງຄານທີ 15 ພະຈິກ 2011 ເວລາ 11: 28) |
- ສູນຝຶກອົບຮົມລາວ-ຍີ່ປຸ່ນຄ້ວາແຊັມໃນງານແຂ່ງຂັນຫຸ່ນຍົນ ຄັ້ງທີ່ 9
- ບົດໃຫ້ສຳພາດຂ່າວແກ່ໂທລະພາບແຫ່ງຊາດ(ໂດຍທ່ານ ສຈ.ດຣ. ສຸກກົງແສງ ໄຊຍະເລີດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ)
- ຄ.ວ.ສ ຈັດພິທີໄຂສົກການສຶກສາ 2011-2012
- ງານພົບປະອາດີດນັກສຶກສາ ຄ.ວ.ສ ປະຈໍາປີ 2011
- ຄ.ວ.ສ ສະຫລອງວັນຄູແຫ່ງຊາດຄົບຮອບ 17 ປີ
- ຄ.ວ.ສ ຈັດງານປະກວດສຽງເພງນັກຮ້ອງສຽງດີ ປະຈໍາປີ 2011
- ຄ.ວ.ສ ສ້າງຂະບວນການເພື່ອຊົມເຊີຍວັນປູກຕົ້ນໄມ້ແຫ່ງຊາດ
- ການບໍລິຈາກເລືອດຂອງພາກວິຊາ CEIT & EN (ຄ.ວ.ສ)





